Partner

Car Rental Service
sokdee.com
PAISOH.COM
paisoh.com
Cmall IMPORT AND EXPORT COMPANY
Cmall.la Shopping
LaoLC.com
laolc.com

Translate

TodayToday3610
YesterdayYesterday3355
This weekThis week23285
This monthThis month6965
All daysAll days37091513

Home
ID:707
BL290: Infront of Tart Kuangxi

Previous ◁ | ▷ Next

ລາຍລະອຽດຊັບສິນ

 

ສະຖານະ: ສຳລັບ​ຂາຍ ) ຊື່ຊັບສິນ: ດິນ​ຂາຍ ປະເພດ: ດິນ​ເປົ່າ​ຫວ່າງ
ລາຄາ: 195,000$ ລາຄາ/ຕາແມັດ: 95$ ຕົວແທນ: 020 - 56999996
ຈໍານວນຊັ້ນ:   ຫ້ອງນອນ:   ຫ້ອງນໍ້າ:  
ເນື້ອທີ່: 2,052 m2 ຂະໜາດດິນ: 40m X 52m ຈໍານວນລົດຈອດ:  
ແບບ/ຮູບຊົງ:   ການຕົບແຕ່ງ:   ເພື່ອນບ້ານ: ຕໍ່ໜ້າທາງ​ເຂົ້ານ້ຳຕົກ​ຕາດ​ກວ້າງ​ຊີ, ບ້ານ​ທ່າ​ແປ້ານ, ​ແຂວງ​ຫລວງ​ພະ​ບາງ
ປີປຸກສ້າງ:   ໂທລະສັບຕິດຕໍ່: 020 - 5552 8985 ທີ່ຕັ້ງ: ຫລວງ​ພະ​ບາງ

 

1. ອົງປະກອບ ແລະ ຄຸນລັກສະນະ ດ້ານໃນຂອງຊັບສິນ:

ເປັນ​ດິນ​ເປົ່າ​ຫວ່າງຕິດ​ທາງ​ດຳ ມີ​ນ້ຳຫວ້ຍ​ໄຫຼ​ຜ່ານ​ທາງ​ດ້ານ​ຫລັງ ​ແລະ​ດ້ານ​ຂ້າງ,​ ມີ​ຕົ້ນ​ໄມ້​ໃຫຍ່​ຢູ່​ດ້ານ​ຫລັງ, ​ເປັນ​ດິນ​ຮາບ​ພຽງ​ດີພ້ອມ​ປຸກ​ສ້າງ.

2. ອົງປະກອບ ແລະ ຄຸນລັກສະນະ ຂອງຊັບສິນ:

ເໝາະ​ສຳລັບ​ເຮັດ​ຮ້ານ​ອາຫານ, ບ້ານ​ພັກ​ຕາກ​ອາກາດ, ​ເຮັດ​ຫ້ອງ​ເຊົ່າ​ຂາຍ​ເຄື່ອງ, ​ໂຮງ​ແຮມ ​ແລະ ທຸລະ​ກິດການ​ບໍລິການ​ອື່ນໆ.

3. ທີ່ຢູ່ຂອງສັບສິນ:

ຫ່າງ​ຈາກ​ປະຕູ​ທາງເຂົ້າ​ນ້ຳຕົກ​ຕາດກວ້າງ​ຊີ ປະມານ 50 ​ແມັດ, ຢູບ້ານ​ທ່າ​ແປ້ນ, ​ເມືອງຫລວງ​ພະ​ບາງ, ​ແຂວງ​ຫລວງ​ພະ​ບາງ​, ສປປ ລາວ.

4. ແນະນໍາກ່ຽວກັບຊັບສິນ:

ດິນ​ຕອນ​ດັ່ງກ່າວ​ນີ້ ​ແມ່ນ​ມີ​ຄວາມ​ເໝາະ​ສົມ​ໃນ​ການ​ເຮັດ​ທຸລະ​ກິດຫລາຍ​ປະ​ເພດ​ເປັນ​ຕົ້ນ​ແມ່ນ​ທຸລະ​ກິດການ​ບໍລິການ, ​ໂຮງ​ແຮມ, ຮ້ານ​ອາຫານ, ບ້ານ​ພັກ​ຕາກ​ອາກາດ, ຫ້ອງ​ເຊົ່າ​ຂາຍ​ເຄື່ອງ ​ເພາະວ່າ​ຢູ່​ເຂດ​ດັ່ງກ່າວ​ນັ້ນ​ຍັງ​ບໍ່​ທັນ​ມີ​ທຸລະ​ກິດ​​ປະ​ເພດ​ດັ່ງ​ກ່າວ​ນີ້​ໃຫ້​ບໍລິການ​ເທື່ອ (ໝາຍວ່າ​ມີ​ແຕ່​ແບບ​ພື້ນ​ບ້ານ, ປະຖົມ​ປະ​ຖານ​ເທົ່າ​ນັ້ນ).

5. ແນະນໍາກ່ຽວກັບທີ່ຢູ່ອາໄສອ້ອມຂ້າງ:

ຕັ້ງ​ຢູ່​ໃກ້​ທີ່​ສຸດ​ກັບ​ສະຖານ​ທີ​ທ່ອງ​ທ່ຽວ​ຂອງ​ແຂວງ, ຂອງ​ປະ​ເທດ ຫຼື ຂອງ​ໂລກ​ກະ​ວ່າ​ໄດ້ ​ເພາະວ່າ​ສະຖານ​ທີ່​ທ່ອງ​ທ່ຽວ​ນ້ຳຕົກ​ຕາດ​ກວ້າງ​ຊີ​ນີ້ ​ແມ່ນ​ມີ​ຊື່​ສຽງ​ມາ​​ແຕ່​ດົນ​ນານ​ແລ້ວ ​ແຕ່​ລະ​ມື້​ມີ​ນັກ​ທ່ອງ​ທ່ຽວ​ນັບ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​​ເຂົ້າ​ມາ​ທ່ອງ​ທ່ຽວ​ບໍ່​ຂາດ​ສາຍ, ມີ​ລານ​ຈອດ​ລົດ​ຢູ່​ທາງ​ດ້ານ​ໜ້າ​ຂອງ​ດິນ, ມີ​ຮ້ານ​ຂາຍ​ເຄື່ອງ​ຫັດຖະກຳ​ອ້ອມ​ຂ້າງ.

6. ສິ່ງອໍານວຍຄວາມສະດວກອ້ອມຂ້າງ:

ເປັນ​ດິນ​ຕິດ​ທາງ​ດຳ ຫຼື ທາງ​ໃຫຍ່ ສະ​ດວກ​ໃນ​ການ​ເຂົ້າ​ອອກ, ມີ​ເຮືອນ​ປະ​ຊົນ, ມີ​ເຮືອນ​ຄົນ​ຕ່າງປະ​ເທດ, ຮ້ານ​ຂາຍ​​ເຄື່ອງຫັດຖະກຳ, ຮ້ານ​ອາຫານ​ພື້ນ​ບ້ານ, ຮ້ານ​ຂາຍ​ເຄື່ອງ​ທົ່ວ​ໄປ, ​ໂຮງຮຽນ, ວັດ ​ແລະ ອື່ນ​ໆ.

7. ຂໍ້ໄດ້ປຽບຂອງຊັບສິນ:

ເປັນ​ດິນ​ຕິດ​ກັບ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ສື່​ສຽງ, ຕິດ​ທາງ​ໃຫຍ່, ໜ້າ​ທາງ​ກ້ວາງ​ພໍສົມຄວນ, ຕິດ​ກັບ​ນ້ຳຫວ້ຍທີ່​ໃສ​ເຢັນ​ທັງ​ສອງ​ດ້ານ, ຕິ​ດກັບ​ຕົ້ນ​ໄມ້​ໃຫຍ່, ອາກາດ​ສົດ​ຊື່ນ​ທີ່​ສຸດ ​ແລະ ບໍ່​ໄກ​ຈາກ​ຕົວ​ເມືອງ​ປານ​ໃດ.

8. ອື່ນຯ:

ມີ​ໃບ​ຕາດິນ​ຂອບ​ທອງ​ແລ້ວ.

 

ຂໍ້ມູນການຕິດຕໍ່

 

 

*ຈໍາເປັນຕ້ອງມີ

ສົ່ງຂໍ້ຄວາມຫາພວກເຮົາ

ຍິນດີຕ້ອນຮັບຄໍາຄິດເຫັນ ແລະ ຄໍາຖາມຂອງທ່ານ. ເພື່ອຕິດຕໍ່ພົວພັນກັບພວກເຮົາ, ກະລຸນນາຕື່ມຂໍ້ມູນລຸ່ມນີ້.

ຂ້ອຍແມ່ນ:
*ຖາມຄໍາຖາມກ່ຽວກັບ:
*ທີ່ຢູ່ E-Mail:
*ຫົວຂໍ້ເລື່ອງ:
*ເນື້ອໃນຂໍ້ຄວາມ:
 

 

 

 

 

ຕິດຕໍ່:

ອີເມວ: This e-mail address is being protected from spambots. You need JavaScript enabled to view it
ໂທລະສັບມືຖື: +856 - 20 5552 8985 (ລາວ,ອັງກິດ,ຈີນ), 2322 2296 (ລາວ)

 
bottom
ສະຫງວນລິຂະສິດ © 2010-2024 . www.BizLand.la
ບໍລິສັດ ບິດຊແລນດ໋ອດລາ ຈໍາກັດ