Partner

Car Rental Service
sokdee.com
PAISOH.COM
paisoh.com
Cmall IMPORT AND EXPORT COMPANY
Cmall.la Shopping
LaoLC.com
laolc.com

Translate

TodayToday855
YesterdayYesterday3055
This weekThis week10655
This monthThis month62320
All daysAll days36932633

feed-image Feed Entries
Home About
About
About

 

ກ່ຽວກັບບິດຊແລນ

 

ບໍລິສັດ ບິດຊແລນ ຈໍາກັດ  ເປັນບໍລິສັດໃຫ້ບໍລິການດ້ານອະສັງຫາລິມະຊັບ ໄດ້ສ້າງຕັ້ງຂຶ້ນໃນ ວັນທີ່ 10 ເດືອນຕຸລາ ປີ 2010 ປະກອບດ້ວຍ

ບັນດາບຸກຄົນຊ່ຽວຊານດ້ານອະສັງຫາລິມະຊັບ ແລະ ເຊື່ອມໂຍງກັບຫຼາຍພາກສ່ວນ ມີສ່ວນຮ່ວມເຂົ້າໃນຫຼາກຫຼາຍປະເພດອະສັງຫາລິມະຊັບ;

ເຖິງແມ່ນວ່າ ບໍລິສັດ ບິດຊແລນ ຈໍາກັດ ເປັນບໍລິສັດໃໝ່ ແຕ່ພະນັກງານຂອງພວກເຮົາມີ ປະສົບການສູງ, ມີຄວາມຮູ້ຄວາມສາມາດ ແລະ

ມີເຄືອຂ່າຍກວ້າງຂວາງ. ພວກເຮົາພຽບພ້ອມດ້ານ ພະນັກງານ ແລະ ການເງິນ ເພື່ອຕອບສະໜອງການບໍລິການແກ່ທ່ານ.

- ເລກທະບຽນວິສາຫະກິດ: 2844/ຫຈທ

- ທຶນຈົດທະບຽນ: 2,000,000,000 ກີບ (ສອງພັນລ້ານກີບ)

 

ຈຸດປະສົງຂອງການບໍລິການ:

 

- ໃຫ້ຄໍາປຶກສາດ້ານອະສັງຫາລິມະຊັບ

ຈຸດປະສົງຂອງການໃຫ້ຄໍາປຶກສາດ້ານອະສັງຫາລິມະຊັບແມ່ນຕອບສະໜອງການປະສານງານລະຫວ່າງ ຜູ້ຊື້ ແລະ ຜູ້ຂາຍ ອະສັງຫາລິມະ

ຊັບເຊິ່ງພວກເຮົາມີເຄືອຂ່າຍຜູ້ຊື້ ແລະ ຜູ້ຂາຍ ກ້ວາງຂວາງ; ພຽງແຕ່ຕິດຕໍ່ປຶກສາກັບພວກເຮົາ ແລ້ວພວກເຮົາຈະຈັດຫາໃຫ້ຕາມຈຸດປະ

ສົງຂອງທ່ານ.

 

- ການຮ່ວມລົງທຶນ

ຈຸດປະສົງຂອງການຮ່ວມລົງທຶນ ແມ່ນສ້າງໂອກາດໃຫ້ແກ່ເຈົ້າຂອງອະສັງຫາລິມະຊັບ ຜູ້ທີ່ຕ້ອງການເສີມສ້າງມູນຄ່າເພີ່ມໃຫ້ແກ່ຊັບສິນ

ຂອງຕົນແຕ່ຂາດແຄນທຶນຮອນ, ບໍລິສັດພວກເຮົາ ສາມາດສະໜອງ ຫຼື ຈັດຫາແຫຼ່ງທຶນສະໜັບສະໜູນ ດັ່ງກ່າວ.

 

- ການບໍລິການປະເມີນຜົນຊັບສິນ

ການບໍລິການປະເມີນຜົນຊັບສິນ ແມ່ນການປະເມີນມູນຄ່າຂອງຊັບສິນໂດຍໝູນໃຊ້ຫຼັກສູດຄິດໄລ່ປະເມີນຜົນ ຕາມມາດຕະຖານຖືກຕ້ອງ

ກັບມູນຄ່າຕະຫຼາດຕົວຈິງໃນປະຈຸບັນ ຂອງແຕ່ ລະພື້ນທີ່, ຂະບວນການປະເມີນຜົນນີ້ສາມາດໃຊ້ເປັນຂໍ້ມູນອ້າງອີງ ເພື່ອຄວາມສົມເຫດສົມ

ຜົນຂອງມູນຄ່າຊັບສິນໃຫ້ແກ່ຜູ້ປ່ອຍເງີນກູ້ ແລະ ຜູ້ກູ້ຢືມເງິນ, ຜູ້ຕັດສີນໃຈຂາຍ ຫຼື ຊື້ ແລະ ອື່ນຯ.

 

- ການບໍລິການແລ່ນໃບຕາດິນ

ສໍາລັບບຸກຄົນໃດທີ່ໄດ້ຊື້ທີ່ດິນ ແລະ ຕ້ອງການປ່ຽນກໍາມະສິດທີ່ດິນ ແຕ່ບບໍ່ມີເວລາໄປແລ່ນປ່ຽນໃບກໍາມະສິດດ້ວຍຕົນເອງ, ພວກເຮົາສາ

ມາດແລ່ນປ່ຽນກໍາມະສິດໃຫ້ທ່ານໄດ້ ແລະ ທ່ານຈະໄດ້ຮັບໃບກໍາມະສິດໃໝ່ໃນເວລາທີ່ກໍານົດແລ້ວແຕ່ກໍລະນີ.

 

- ການບໍລິການສໍາຫຼວດອະສັງຫາລິມະຊັບ

ພວກເຮົາສາມາດຕອບສະໜອງການສໍາຫຼວດດ້ານອະສັງຫາລິມະຊັບໃນ ສ.ປ.ປ ລາວ, ໂດຍປະຕິບັດຕາມແບບຟອມເກັບກໍາຂໍ້ມູນຕົວຈິງ

ແລະ ບົດລາຍງານສະຫຼຸບຂອງການສໍາຫຼວດ.

 

- ການໃຫ້ຄໍາປຶກສາອື່ນຯ.

 

ຊອກຫາຊັບສິນກັບບິດຊແລນ

 

ສໍາລັບຜູ້ຊື້:

 

- ຖ້າທ່ານໃດຫາກສົນໃຈໃນລາຍການຂາຍຊັບສິນຂອງພວກເຮົາ, ທ່ານສາມາດໂທຕິດຕໍ່ ຫຼື ສົ່ງອີເມວ ມາຫາພວກເຮົາ ໂດຍບອກລະຫັດ

ຊັບສິນຕາມເວັບໄຊ: BLXXX…; ແລ້ວພວກເຮົາ ຈະຄົ້ນຫາຊັບສິນນັ້ນຯ ແລະ ຈະໂທກັບຫາໃນທັນທີ.

 

- ຖ້າທ່ານໃດຫາກສົນໃຈຊື້ຊັບສິນຕາມຈຸດປະສົງ ແລະ ຄວາມຕ້ອງການຕົນເອງ, ທ່ານສາມາດ ໂທຕິດຕໍ່ ຫຼື ສົ່ງ ອີເມວ ມາຫາພວກເຮົາ ເພື່ອ

ບອກລາຍລະອຽດຄວາມຕ້ອງການຂອງທ່ານ; ແລ້ວພວກເຮົາຈະຄົ້ນຫາຊັບສິນຕາມຖານຂໍ້ມູນບໍລິສັດ ແລະ ຕາມພື້ນທີ່ຕ້ອງການ, ຫຼັງຈາກ

ນັ້ນ ຈະໂທກັບພາຍໃນເວລາ 1-3 ວັນ.

 

ສໍາລັບຜູ້ເຊົ່າ:

 

- ຖ້າທ່ານໃດຫາກສົນໃຈໃນລາຍການເຊົ່າຊັບສິນຂອງພວກເຮົາ, ທ່ານສາມາດໂທຕິດຕໍ່ ຫຼື ສົ່ງອີເມວ ມາຫາພວກເຮົາ ໂດຍບອກລະຫັດຊັບ

ສິນຕາມເວັບໄຊ: BLXXX…; ແລ້ວພວກເຮົາ ຈະຄົ້ນຫາຊັບສິນນັ້ນຯ ແລະ ຈະໂທກັບໃນທັນທີ.

 

- ຖ້າທ່ານໃດຫາກສົນໃຈເຊົ່າຊັບສິນຕາມຈຸດປະສົງ ແລະ ຄວາມຕ້ອງການຕົນເອງ, ທ່ານສາມາດ ໂທຕິດຕໍ່ ຫຼື ສົ່ງ ອີເມວ ມາຫາພວກເຮົາ

ເພື່ອບອກລາຍລະອຽດຄວາມຕ້ອງການຂອງທ່ານ; ແລ້ວພວກເຮົາຈະຄົ້ນຫາຊັບສິນຕາມຖານຂໍ້ມູນບໍລິສັດ ແລະ ຕາມພື້ນທີ່ຕ້ອງການ,

ຈະໂທກັບພາຍໃນເວລາ 6-24 ຊົ່ວໂມງ.

 

ຝາກໂຄສະນາຊັບສິນກັບ BizLand.la:

 

>>> ສໍາລັບຜູ້ຝາກໂຄສະນາຊັບສິນຟຣີ!

 

- ສົ່ງສັບມິດຂໍ້ມູນຊັບສິນ ຂາຍ/ໃຫ້ເຊົ່າ:

ເປັນຊ່ອງທາງ ງ່າຍ ແລະ ວ່ອງໄວ ໃນການໂຄສະນາຊັບສິນ ແບບຟຣີ ກັບ BizLand.la. ພຽງແຕ່ເຕີມຂໍ້ມູນຊັບສິນຂອງທ່ານຕາມ

ແບບຟອມຂອງບິດຊແລນ ພ້ອມດ້ວຍຮູບຖ່າຍ ຢ່າງໜ້ອຍ 4 ໃບ: ຮູບຖ່າຍດ້ານນອກ, ຮູບຖ່າຍດ້ານໃນ, ຮູບຖ່າຍອ້ອມຂ້າງ, ຮູບຖ່າຍ

ໜ້າທາງ ແລະ ອື່ນຯ ແລ້ວສົ່ງເຂົ້າອີເມວ: This e-mail address is being protected from spambots. You need JavaScript enabled to view it ຫຼັງຈາກນັ້ນພວກເຮົາ ຈະຊ່ວຍອັບໂຫຼດເຂົ້າສູ່ເວັບໄຊໃຫ້ ຫຼື ສະໝັກ

ເປັນສະມາຊິກຂອງ ເວັບໄຊ: www.BizLand.la ແລ້ວທ່ານສາມມາດເຕີມຂໍ້ມູນຕາມຕາຕະລາງແບບຟອມ ແລະ ອັບໂຫຼດຮູບພາບ

ຖ່າຍ ຂຶ້ນສູ່ເວັບໄຊ, ຈາກນັ້ນລໍຖ້າການຮັບຮອງຈາກພະນັກງານບິດຊແລນ. ຂໍ້ມູນໂຄສະນາຊັບສິນຂອງທ່ານຈະປະກົດຕົວໃນເວັບໄຊຂອງ

ບິດຊແລນ ໃນບັນດາຊົ່ວໂມງຕໍ່ມາ.

·         ໝາຍເຫດ: ພວກເຮົາຈະບໍ່ສະແດງເບີໂທ ແລະ ທີ່ຕັ້ງຊັບສິນຂອງທ່ານ.

 

>>> ສໍາລັບຜູ້ໃຊ້ບໍລິການໂຄສະນາມືອາຊີບ!

 

- ສົ່ງສັບມິດຂໍ້ມູນຊັບສິນ ຂາຍ/ໃຫ້ເຊົ່າ:

ເປັນຊ່ອງທາງ ງ່າຍ ແລະ ວ່ອງໄວ ໃນການໂຄສະນາຊັບສິນ ແບບມືອາຊີບ ກັບ BizLand.la. ພຽງແຕ່ເຕີມຂໍ້ມູນຊັບສິນຂອງທ່ານ

ຕາມແບບຟອມຂອງ ບິດຊແລນ ພ້ອມດ້ວຍ ຮູບຖ່າຍຢ່າງໜ້ອຍ 4 ໃບ: ຮູບຖ່າຍດ້ານນອກ, ຮູບຖ່າຍດ້ານໃນ, ຮູບຖ່າຍອ້ອມຂ້າງ, ຮູບ

ຖ່າຍໜ້າທາງ ແລະ ອື່ນຯ ແລ້ວສົ່ງເຂົ້າ ອີເມວ: This e-mail address is being protected from spambots. You need JavaScript enabled to view it ຫຼັງຈາກນັ້ນ ພວກເຮົາຈະຊ່ວຍອັບໂຫຼດເຂົ້າສູ່ເວັບໄຊໃຫ້ ຫຼື

ສະໝັກເປັນສະມາຊິກຂອງ ເວັບໄຊ: www.BizLand.la ແລ້ວທ່ານສາມມາດເຕີມຂໍ້ມູນຕາມຕາຕະລາງແບບຟອມ ແລະ ອັບໂຫຼດ

ຮູບພາບຖ່າຍ ຂຶ້ນສູ່ເວັບໄຊ, ຈາກນັ້ນລໍຖ້າການຮັບຮອງຈາກພະນັກງານບິດຊແລນ, ພາຍຫຼັງໄດ້ຮັບຂໍ້ມູນ ພະນັກງານ ບິດຊແລນ ຈະ

ຊ່ວຍກວດກາຄວາມຖືກຕ້ອງຂອງຂໍ້ມູນ, ຂະໜາດຮູບສະແດງ, ປັບປຸງ ແລະ ເຕີມຂໍ້ມູນບາງສ່ວນທີ່ເຫັນວ່າມີຄວາມຈໍາເປັນ ຫຼື ອາດ

ຈະສົ່ງພະນັກງານລົງສໍາຫຼວດຊັບສິນນັ້ນ. ຂໍ້ມູນໂຄສະນາຊັບສິນຂອງທ່ານຈະປະກົດຕົວ ໃນເວັບໄຊຂອງບິດຊແລນ ໃນຊົ່ວໂມງຕໍ່ມາ ຫຼື

ໃນທັນໃດ.

·         ໝາຍເຫດ: ພວກເຮົາຈະສະແດງເບີໂທຕິດຕໍ່, ລາຍລະອຽດທີ່ຕັ້ງຊັບສິນ, ຂໍ້ມູນລະອຽດຕາມແບບຟອມ ແລະ ຮູບພາບສັບສິນ

ຢ່າງລະອຽດ.

 

ຜູ້ອໍານວຍການ:

ທ. ພູຄໍາ ພົນວິໄຊ

ມືຖື: +856 - 20 - 5552 8985

ອີເມວ:  This e-mail address is being protected from spambots. You need JavaScript enabled to view it

 

 


bottom
ສະຫງວນລິຂະສິດ © 2010-2024 . www.BizLand.la
ບໍລິສັດ ບິດຊແລນດ໋ອດລາ ຈໍາກັດ