ສະຖານະ: |
( ສໍາລັບຂາຍ ) |
ຊື່ຊັບສິນ: |
ຂາຍຣີສອດ |
ປະເພດ: |
ຣີສອດ |
ລາຄາ: |
850,000$ |
ລາຄາ/ຕາແມັດ: |
17$/ຕາແມັດ |
ເຈົ້າຂອງຊັບສິນ: |
020-29942229 |
ຈໍານວນຊັ້ນ: |
1-2 |
ຫ້ອງນອນ: |
20 |
ຫ້ອງນໍ້າ: |
7 |
ເນື້ອທີ່ດິນ: |
49,323 m2 |
ຂະໜາດດິນ: |
|
ຈໍານວນລົດຈອດ: |
ກ້ວາງຂວາງ |
ແບບ/ຮູບຊົງ: |
ຊົງລາວ |
ການຕົບແຕ່ງ: |
ມາດຕະຖານ |
ເພື່ອນບ້ານ: |
ຊຸມຊົນ / ຊານເມືອງ |
ປີປຸກສ້າງ: |
|
ໂທລະສັບຕິດຕໍ່: |
020-5552 8985 |
ທີ່ຕັ້ງ: |
ເມືອງໂພນໂຮງ |
1. ອົງປະກອບ ແລະ ຄຸນລັກສະນະ ດ້ານໃນຂອງຊັບສິນ:
ເຮືອນ 5 ຫຼັງ, ເຄື່ອງເຟີນີເຈີ, ເຄື່ອງປັບອາກາດ, ເຄື່ອງໃຊ້ຄົວເຮືອນ, ສວນ, ເດີ່ນບ້ານ, ຕົ້ນໄມ້, ຫຍ້າ, ລະບົບໄຟຟ້າ, ນໍ້າປະປາ, ຖັງນໍ້າໃຫຍ່ ຈໍານວນ 3 ຖັງ, ແລະ ອື່ນຯ.
2. ອົງປະກອບ ແລະ ຄຸນລັກສະນະ ຂອງຊັບສິນ:
ເຮືອນ 5 ຫຼັງ:
(1) ເຮືອນວິນລາ 2 ຊັ້ນ: ຂະໜາດ 12m x 12m
- ຊັ້ນໜຶ່ງ: 2 ຫ້ອງນອນ, 2 ຫ້ອງນໍ້ານອກ, 1 ຫ້ອງໂຖງໃຫຍ່, ມີໂຊຟາ 2 ຊຸດ, ມີຕູ້ໃຫຍ່ 1 ໜ່ວຍ, ມີເຄົາເຕີ ແລະ ເຮືອນຄົວ;
- ຊັ້ນສອງ: 3 ຫ້ອງນອນ (ຫ້ອງນໍ້າໃນ), ແຕ່ລະຫ້ອງມີເຄື່ອງແອ ແລະ ເຄື່ອງເຟີນີເຈີຄົບຊຸດ: ຕູ້ເສື້ອຜ້າ, ໂຕະແຕ່ງໜ້າ ແລະ ຕຽງນອນ.
(2) ຫ້ອງການ: ຂະໜາດ 14m x 14m
- ມີຫ້ອງເຮັດວຽກ 3m x 4m ຈໍານວນ 3 ຫ້ອງ;
- ມີຫ້ອງແກ້ວ 2m x 3m ຈໍານວນ 5 ຫ້ອງ, ມີຫ້ອງໂຖງໃຫຍ່ 1 ຫ້ອງ ພ້ອມແວ່ນຕິດຝາສູງ 3m ແລະ ຍາວ 10m, ພ້ອມໂຕະເຮັດວຽກ ແລະ ຕູ້ໃສ່ເອກະສານ.
(3) ອາຄານຫໍພັກ: ຂະໜາດ 8m x 24m
- ມີຫ້ອງກວ້າງ 4m x 4m ຈໍານວນ 10 ຫ້ອງ, ມີ 2 ຫ້ອງນໍ້າ(ຍິງແລະຊາຍ), ພ້ອມບ່ອນຈອດລົດທາງຂ້າງ.
(4) ບ່ອນຮັບປະທານອາຫານ ແລະ ເຮືອນຄົວ: ຂະໜາດ 5m x 12m
- ສາມາດບັນຈຸແຂກໄດ້ 50 ຄົນ ແລະ ເປັນບ່ອນຊົມພາບທິວທັດສວຍງາມ.
(5) ປ້ອມຍາມ:
- ສາມາດປ້ອງກັນເວນຍາມສະດວກສະບາຍດີ.
3. ທີ່ຢູ່ຂອງສັບສິນ:
ບ້ານໂພນໄຊ, ເມືອງໂພນໂຮງ, ແຂວງວຽງຈັນ, ສ.ປ.ປ ລາວ.
4. ແນະນໍາກ່ຽວກັບຊັບສິນ:
ສະຖານທີ່ນີ້ແມ່ນໄດ້ຕັ້ງເປັນບໍລິສັດແປໜັງ ແລະ ຖ່າຍທໍາມິວສິດວີດີໂອເພງ ໃນປີ 2007-2011 ໂດຍໄດ້ຮັບອະນຸຍາດຈາກ ກະຊວງກະແຫຼງຂ່າວ ແລະ ວັດຖະນະທໍາ ຂອງແຂວງວຽງຈັນ. ເປັນສະຖານທີ່ມີທິວທັດສວຍງາມ ແລະ ອາກາດສົດຊື່ນດີ, ຕິດກັບທາງຮ່ອມປູຢາງ. ເໝາະໃນການຕັ້ງເປັນສະຖານທີ່ຣີສອດ, ສວນສະໜຸກ, ສະລອຍນໍ້າ, ບ້ານພັກ, ໂຮງແຮມ, ໂຮງງານ, ແລະ ອື່ນຯ.
5. ແນະນໍາກ່ຽວກັບທີ່ຢູ່ອາໄສອ້ອມຂ້າງ:
ຕັ້ງຢູ່ເຂດຊຸມຊົນຊານເມືອງ, ຕິດທາງຮ່ອມປູຢາງ. ຫ່າງຈາກໃຈກາງນະຄອນຫຼວງພຽງ 48 ກມ ແລະ ຫ່າງຈາກເສັ້ນທາງ 13 ເໜືອ 300 ແມັດ.
6. ສິ່ງອໍານວຍຄວາມສະດວກອ້ອມຂ້າງ:
ເຮືອນປະຊາຊົນ, ສະຖານີລົດເມ, ປໍ້ານໍ້າມັນ, ຮ້ານຄ້າ, ຮ້ານອາຫານ, ແລະ ອື່ນຯ.
7. ຂໍ້ໄດ້ປຽບຂອງຊັບສິນ:
ຕັ້ງຢູ່ເຂດພັດທະນາວ່ອງໄວ, ສະຖານທີ່ສວຍງາມ, ອາກາດສົດຊື່ນ, ອ້ອມຂ້າງງຽບສະຫຽົບດີ, ອາຄານກໍ່ສ້າງໄດ້ມາດຕະຖານ!
8. ອື່ນຯ:
ມີໃບຕາດິນຂອບທອງ ແລະ ໃບອະນຸຍາດທີ່ກ່ຽວຂ້ອງ.